ແຫຼ່ງທຶນແມ່ນມີຄວາມຈໍາເປັນຕໍ່ການພັດທະນາພາກ MSMEs  ຢູ່ເມືອງມະຫາໄຊ

ແຫຼ່ງທຶນແມ່ນມີຄວາມຈໍາເປັນຕໍ່ການພັດທະນາພາກ MSMEs  ຢູ່ເມືອງມະຫາໄຊ
ໂດຍ: ແດງສະຫວັດ ແສນພານິດ
ທ່ານ ລໍາມອນ ພວງພະຈັນ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງມະຫາໄຊ ແຂວງຄໍາມ່ວນ ໄດ້ກ່າວວ່າ: ໃນໄລຍະຜ່ານມາທາງຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງໄດ້ສົມທົບກັບອໍານາດການປົກຄອງ, ຂະແໜງການກ່ຽວຂ້ອງຂອງເມືອງ, ອໍານາດການປົກຄອງບ້ານ ແລະ ຫົວໜ່ວຍການຜະລິດ-ຜູ້ປະກອບການລົງເຄື່ອນໄຫວເກັບກໍາຂໍ້ມູນກ່ຽວກັບຈໍານວນ, ກິດຈະກໍາທໍາການຜະລິດ, ການຄ້າ ແລະ ການບໍລິການຂອງບັນດາຫົວໜ່ວຍຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ທີ່ມີສາຂາວິຊາອາຊີບຄືກັນ  ແລະ ຄ້າຍຄືກັນເພື່ອຄົ້ນຄວ້າພິຈາລະນາໃນການຊຸກຍູ້ສົ່ງເສີມໃນເບື້ອງຕົ້ນເຊັ່ນ: ການລວມຕົວກັນສ້າງຕັ້ງເປັນກຸ່ມ ທັງນີ້ເພື່ອເຮັດໃຫ້ເຂົາເຈົ້າມີການແລກປ່ຽນຂໍ້ມູນຂ່າວສານ, ໄດ້ມີການຊ່ວຍເຫຼືອ ແລະ ພັດທະນາໄປດ້ວຍກັນ. ອີກຢ່າງໜຶ່ງເພື່ອເປັນບ່ອນອີງ ແລະ ມີເງື່ອນໄຂເພື່ອເຂົ້າເຖິງແຫຼ່ງທຶນໃນການພັດທະນາຕາມນະໂຍບາຍ ແລະ ລະບຽບການທີ່ຂັ້ນເທິງວາງອອກໃນແຕ່ລະໄລຍະ. ນອກຈາກນີ້ກໍຍັງໄດ້ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດເຫຼົ່ານັ້ນໃຫ້ມາຂຶ້ນທະບຽນວິສາຫະກິດເພື່ອສະແດງຕົວຕົນຢ່າງຖືກຕ້ອງຕາມລະບຽບກົດໝາຍຕື່ມອີກ.
ມາຮອດປັດຈຸບັນມີກຸ່ມຜະລິດ, ກຸ່ມການຄ້າ ແລະ ກຸ່ມບໍລິການທີ່ຂຶ້ນກັບຄວາມຮັບຜິດຊອບຂອງຂະແໜງອຸດສາຫະກໍາ ແລະ ການຄ້າທັງໝົດ 6 ກຸ່ມຄື: ກຸ່ມຫັດຖະກໍາຈັກສານບ້ານສ້າງຟອກ, ກຸ່ມຫັດຖະກໍາຕໍ່າແຜ່ນແພບ້ານໂພນສະອາດ, ກຸ່ມຫັດຖະກໍາຕັດຫຍິບ, ກຸ່ມໂຮງສີເຂົ້າ, ກຸ່ມໂຮງງານຜະລິດນໍ້າດື່ມ ແລະ ກຸ່ມຊື້ສັດ - ຂາຍຊີ້ນ .
ໃນປີ 2023 ຜ່ານມາ ມີສະມາຊິກຂອງກຸ່ມຫັດຖະກໍາແຜ່ນແພ ບ້ານໂພນສະອາດ ຈໍານວນ 6 ຄົນ, ໄດ້ສະເໜີເຂົ້າເຖິງແຫຼ່ງທຶນສໍາລັບສົ່ງເສີມຫົວໜ່ວຍຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ບ້ວງເງິນ 5 ຕື້, ໃນອັດຕາດອກເບ້ຍ 3% ຕໍ່ປີ ໃນວົງເງິນ 166.100.000 ກີບເຊິ່ງການນໍາເມືອງ ແລະ ຂະແໜງອຸດສາຫະກໍາ ແລະ ການຄ້າເມືອງ ໄດ້ເຊັນຮັບຮອງ ແລະ ໄດ້ປະກອບເອກະສານຍື່ນເຖິງພະແນກອຸດສາຫະກໍາ ແລະ ການຄ້າແຂວງເປັນທີ່ຮຽບຮ້ອຍແລ້ວ .
ພ້ອມກັນນັ້ນທ່ານ ລໍາມອນ ພວງພະຈັນ ຍັງໄດ້ຍົກໃຫ້ເຫັນເຖິງຂໍ້ຄົງຄ້າງທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າເປັນຕົ້ນການປຸກລະດົມ ແລະ ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າພູມປັນຍາຂອງປະຊາຊົນພາຍໃນເມືອງເພື່ອກາຍເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ສິນຄ້າທ່າແຮງໃຫ້ກາຍເປັນສິນຄ້າເສດຖະກິດທົດແທນການນໍາເຂົ້າຍັງບໍ່ທັນໄດ້, ການຊຸກຍູ້ສົ່ງເສີມໃຫ້ປະຊາຊົນ, ກຸ່ມການຜະລິດທີ່ມີແລ້ວໃຫ້ມີການຜະລິດສິນຄ້າໃຫ້ມີຄວາມຫຼາກຫຼາຍທາງດ້ານຜະລິດຕະພັນ, ປະລິມານ ແລະ ຄຸນນະພາບໂດຍນໍາໃຊ້ເຕັກນິກ ແລະ ອຸປະກອນທີ່ທັນສະໄໝເຂົ້າໃນຂະບວນການຜະລິດຍັງບໍ່ທັນໄດ້.

ຄໍາເຫັນ

ຂ່າວເສດຖະກິດ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ໂດຍ: ແສງຈັນ ການສ້າງເສດຖະກິດຄອບຄົວ ໃຫ້ກາຍເປັນສິນຄ້າຢ່າງຍືນຍົງແລະ ເປັນມິດຕໍ່ສິ່ງແວດລ້ອມ ແມ່ນໜຶ່ງວຽກງານທີ່ພັກ, ລັດໃຫ້ຄວາມເອົາໃຈໃສ່ ທັງເປັນການຮັບປະກັນການຜະລິດໃຫ້ພຽງພໍ ກັບຄວາມຕ້ອງການຂອງສັງຄົມ.
ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ໃນໄລຍະ 3 ເດືອນຕົ້ນປີ 2025 ເສດຖະກິດຂອງແຂວງອັດຕະປື ມີການຂະຫຍາຍຕົວຢູ່ໃນລະດັບ 2.81% ຄິດເປັນມູນຄ່າຕາມລາຄາໃນປີ 1,922 ຕື້ກີບ ເທົ່າກັບ 24,5% ຂອງແຜນການ ທີ່ມະຕິສະພາຮັບຮອງ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນບັນລຸ 21.9 ລ້ານກີບ.
ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ອົງການປົກຄອງນະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ອົງການປົກຄອງແຂວງ ເສສວນ ສປ ຈີນ ຈັດກອງປະຊຸມເພື່ອປຶກສາຫາລື ສົ່ງເສີມ ແລະ ແລກປ່ຽນການສຶກສາ, ເສດຖະກິດ-ການຄ້າ ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ຊື ສຽວຫຼິນ ເຈົ້າແຂວງເສສວນ, ມີຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງຂອງ ສປປ ລາວ, ພ້ອມດ້ວຍ ຄະນະກໍາມະການຮ່ວມມື ລາວ-ຈີນ ແຂວງເສສວນ, ນະຄອນຫຼວງວຽງຈັນ ແລະ ຜູ້ປະກອບການ, ນັກທຸລະກິດລາວ-ຈີນ ເຂົ້າຮ່ວມ.
ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ສະຫາຍ ໂອລົດ ສີສູນທອນ ຮອງເລຂາພັກ ຮອງເຈົ້າເມືອງຫີນເຫີບ ແຂວງວຽງຈັນໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IV (2020-2024) ແລະ ທິດທາງແຜນການ 5 ປີ ຄັ້ງທີ V (2025-2029)
ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ສະຫາຍ ວຽງສະໄໝ ສີລິພອນພັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆປະທຸມພອນ ແຂວງຈໍາປາສັກ ໃຫ້ສໍາພາດຕໍ່ສື່ທ້ອງຖິ່ນໃນວັນທີ 12 ກຸມພາຜ່ານມາວ່າ: ການນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ
ຮອດປີ 2029 ເມືອງຊະນະຄາມ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ

ຮອດປີ 2029 ເມືອງຊະນະຄາມ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ

ອົງຄະນະພັກເມືອງຊະນະຄາມ ແຂວງວຽງຈັນ ໄດ້ວາງຄາດໝາຍໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ ລວມຍອດລາຍຮັບພາຍໃນໃຫ້ໄດ້ 2,049 ຕື້ກວ່າກີບ, ລາຍຮັບຕໍ່ຫົວຄົນໃຫ້ໄດ້ 44 ລ້ານກວ່າກີບຕໍ່ຄົນຕໍ່ປີ,
ເສດຖະກິດ-ສັງຄົມຜົ້ງສາລີຂະຫຍາຍຕົວຢ່າງຕໍ່ເນື່ອງ

ເສດຖະກິດ-ສັງຄົມຜົ້ງສາລີຂະຫຍາຍຕົວຢ່າງຕໍ່ເນື່ອງ

ໂດຍ: ພູວັນ ພາຍໃຕ້ການຊີ້ນຳ-ນຳພາຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກເລຂາພັກແຂວງ-ເຈົ້າແຂວງຜົ້ງສາລີ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5ປີຄັ້ງທີ9ຂອງແຂວງສາມາດບັນລຸຕາມຄາດໝາຍທີ່ວາງໄວ້
ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ບໍລິຄໍາໄຊ ປີ 2024 ຜ່ານມາ

ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ບໍລິຄໍາໄຊ ປີ 2024 ຜ່ານມາ

ໂດຍ:ວັນໄຊ ຕະວິນຍານ ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໃນ ທ້າຍເດືອນທັນວາ ປີ 2024 ຜ່ານມາ, ທ່ານ ສອນທະນູ ທໍາມະວົງ ກໍາມະການສູນກາງພັກເຈົ້າແຂວງບໍລິຄໍາໄຊ
ສ້າງເສດຖະກິດຄອບຄົວຈາກການເພາະພັນລູກໝູຂາຍ ນອກໂມງການ

ສ້າງເສດຖະກິດຄອບຄົວຈາກການເພາະພັນລູກໝູຂາຍ ນອກໂມງການ

ພາຍຫຼັງທີ່ ພັກ-ລັດ ໄດ້ມີນະໂຍບາຍເປີດກວ້າງ ໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການປຸກລະດົມຊຸກຍູ້ໃຫ້ພະນັກງານ ແລະ ປະຊາຊົນ ຫັນມາປູກຝັງ-ລ້ຽງສັດ ໃຫ້ຫຼາຍກາຍເປັນສິນຄ້າ
ເພີ່ມເຕີມ